วันจันทร์ที่ 12 กันยายน พ.ศ. 2554

ຄອງສິບສີ (ສຳລັບປະຊາຊົນທົ່ວໄປ)

໑. ເມື່ອເຂົ້າກ້າເປັນຮວງສຸກກ່ຽວແລ້ວ, ໝາກໄມ້ເປັນໝາກສຸກແລ້ວ ຕົນຢ່າຟ້າກິນກ່ອນ ໃຫ້ເອົາເຮັດບຸນ ເຮັດທານ ແກ່ຜູ້ມຣສິນກ່ອນ ແລ້ວຕົນຈຶ່ງກິນພາຍລຸນ.
໒. ຢ່າໂລບຕາຊັ່ງ ຢ່າບັງຕາຊິງ ຢ່າຈ່າຍເງິນແດງ ຢ່າແປງເງິນຮາງ ແລະຢ່າກ່າວຄຳຫຍາບຊ້າກ້າແຂງຕໍ່ກັນ.
໓. ໃຫ້ເຮັດຕ້າຍວັດວາອາຮາມ ແລະສ້ອມແປງຮົ້ວບ້ານແຫ້່ງຕົນແລ້ວປຸກກໍບູຊາ ເທວະດາສີ່ແຈບ້ານ ແລະເຮືອນ.
໔. ເມື່ອຈັກຂຶ້ນເຮືອນນັ້ນ ໃຫ້ລ້າງຕີນເສັຍກ່ອນຈຶ່ງຄ່ອຍຂຶ້ນ.
໕. ເມື່ອເຖິງວັນສິນ ໗-໘, ໑໔-໑໕ ຄ່ຳ ໃຫ້ສົມມາກ້ອນເສົ້າຄີໄຟ ແລະແມ່ຂັ້ນໃດປັກຕູເຮືອນ ທີ່ຕົນອາໄສຢູ່.
໖. ເມື່ອຈະເຂົ້ານອນນັ້ນ ໃຫ້ເອົານຳ້ສວ່າຍລ້າງຕີນຜົວ ໃຫ້ສະອາດກ່ອນເຂົ້ານອນ.
໗. ເມື່ອເຖິງວັນສິນໃຫ້ເອົາດອກໄມ້ສົມມາຜົວແຫ່ງຕົນ ແລະພໍ່ແມ່ເຖົ້າແກ່ລູງຕາຂອງຕົນ, ເມື່ອເຖິງວັນອຸໂປສົດ ໃຫ້ແຕ່ງຂັນດອກໄມ້, ທູບ, ທຽນ ໄປເຄນພຣະສັງຄະເຈົ້າ ແລະບູຊາພຣະພຸດທະຮູບເຈົ້າຢູ່ວັດ.
໘. ເຖິງເດືອນດັບ ສິນເພັງມານັ້ນ ໃຫ້ນິມົນພຣະສັງຄະເຈົ້າມາສູດມຸງຄຸນທີ່ເຮືອນ ແລ້ວເຮັດບຸນໃສ່ບາດສັງຄະທານ.
໙. ເມື່ອພຣະພິກຂຸໃສບິນທະບາດນັ້ນ ຢ່າໃຫ້ເພິ່ນຄອຍຖ້າ, ເວລາໃສ່ບາດກໍຢ່າໃຫ້ມືພິກ(ຊູນ)ບາດພຣະພິກຂຸ- ສາມະເນນ ແລະຍາມໃສ່ບາດນັ້ນຫ້າມໃສ່ເກີບ, ກັ້ງຄັນຮົ່ມ, ຜ້າຄຽນຫົວ, ອຸ້ມລູກຫຼານ, ແລະຖືເຄື່ອງສາດຕຣາອາວຸດ.
໑໐. ເມື່ອພຣະພິກຂຸເຂົ້າປະຣິວາດກັມຊຳຮະເນື້ອຕົນແລ້ວນັ້ນ ໃຫ້ມີຂັນດອກໄມ້ ທູບ ທຽນ ແລະອັດຖະບໍຣິຂານ ຖວາຍທ່ານ.
໑໑. ເມື່ອເຫັນພຣະພກິຂຸເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ ແລ້ວຄ່ອຍເຈຣະຈາ.
໑໒. ຢ່າຢຽບເງົາເຈົ້າພິກຂຸ ຕົນມີສີນບໍຣິສຸດ.
໑໓. ຢ່າເອົາອາຫານເງື່ອນທີ່ຕົນກິນແລ້ວ ໄປທານພຣະສັງຄະເຈົ້າ ແລະຢ່າເອົາໄວ້ປະໃຫ້ຜົວກິນ.
໑໔. ຢ່າເສບກາມະຄຸນໃນວັນສີນ, ເຂົ້າວັດສາ, ອອກວັດສາ ແລະວັນກຸດ ວັນເນົາ, ວັນສົງການ.

วันเสาร์ที่ 10 กันยายน พ.ศ. 2554

ຄອງ ໑໔

ຄວາມໝາຍຂອງຄອງ ໑໔
- "ຄອງ" ໝາຍເຖິງທາງ, ແນວທາງ, ວິທີ ຫຼືພິທີ ເຊັ່ນຄອງທັມ ໝາຍເຖິງ ແນວທາງປະຕິບັດເພື່ອຄວາມດີງາມ, ເຊັ່ນ ວິທີປົກຄອງ, ວິທີການຮັກສາ. ວີທີການປະຕິບັດໃຫ້ຖືກຕ້ອງ.
- "ຄອງ" ໝາຍເຖິງດຳຣົງໄວ້, ຣັກສາໄວ້.
- "ຄອງ" ໝາຍເຖິງການປົກຄອງ, ວິທີການປົກຄອງ.
- "ຄອງ" ໝາຍເຖິງເຄື່ອງມືການປົດຄອງ.
- "ຄອງ" ໝາຍເຖິງຍືດຖືປະຕິບັດ.
- ຄອງສິບສີີ່ ໝາຍເຖິງວິທີ ຫຼທແນວທາງປະຕິບັດທາງທີ່ດີ ທີ່ຖືກຕ້ອງ ໑໔ ຂໍ້, ເຊິ່ງນັກປາດລາວບູຮານ ທັງທາງສົງ ແລະທາງພຣະຣາຊະສຳນັກລາວລ້ານຊ້າງໄດ້ແຕ່ງຕັ້ງໄວ້ ເພື່ອໃຫ້ຜູ້ປົກຄອງນັບແຕ່ລະດັບຂຶ້ນລຸ່ມ ຈົນຮອດຂັ້ນສູງໄດ້ນຳໄປເປັນແນວທາງການການປົກຄອງຜູ້ຢູ່ພາຍໃຕ້ການບັງຄັບບັນຊາຂອງຕົນ ໃຫ້ຄວາມຢູ່ເຢັນ ເປັນສຸກ ບໍ່ຝ່າຝືນຮີດຄອງ ປະເພນີ ເພື່ອຄວາມຢູ່ດີມີສຸກຂອງສັງຄົມ, ຊຸມຊົນ ແລະປະເທດຊາດ.
- ຄອງ ໑໔ ນັ້ນ, ມີຫຼາຍໝວດ ແຕ່ລະໝວດມີ ໑໔ ຂໍ້ ຈຶ່ງຮຽກວ່າຄອງ ໑໔ ຕອງແຕ່ລະຂໍ້ນັ້ນ ມີດັ່ງນີ້ ຄື,
໑. ຄອງສຳລັບຄາຣາວາດ.
໒. ຄອງສຳລັບພຣະພິກຂຸສາມະເນນ.
໓. ຄອງສຳລັບພຣະຣາຊາ ຫຼືນັກປົກຄອງ ນັບແຕ່ກວານ, ຂຸນ, ເຈົ້າເມືອງ, ກະສັດ ຯລຯ
໔. ຄອງສຳລັບປະຊາຊົນທົ່ວໄປ.
- ຄອງ ຈຶ່ງຖືກໄດ້ວ່າ ເຄື່ອງມີ ແລະແບບແຜນວິທີ່ເຮັດວຽກ ຂອງການປົກຄອງລາວຊາວລ້ານຊ້າງບູຮານ ຊຸມຊົນໃດກໍຕາມ ທີ່ຢູ່ໃນ ແລະນອກປະເທດ ຫາກຖືຮີດ-ຄອງແບບລາວ ຈຶ່ງຖືວ່າຊຸມຊົນເຊື້ອຊາດລາວທັງມວນ.